ໜ້າຫລັກ | ຂ່າວ | ຕິດຕໍ່ພວກເຮົາ | ເຟສບຸກ
To English
To English
ໜ້າຫຼັກ ຂ່າວ
ວິໃສທັດແລະບົດບາດ
ວິໃສທັດ

ມະຫາວິທະຍາໄລແຫ່ງຊາດ ກາຍເປັນສູນກາງການສຶກສາ ແລະການຄົ້ນຄວ້າທາງດ້ານສຸຂະພາບທີ່ມີຄຸນນະພາບ ມາດຕະຖານພາກພື້ນ ແລະ ສາກົນ

ບົດບາດ

ແຕ່ລະພາກສ່ວນໃນໂຄງປະກອບຂອງ ມວສ ກໍໄດ້ເອົາໃຈໃສ່ເຄື່ອນໄຫວຕາມພາລະບົດບາດຂອງຕົນໂດຍ ຈັດຕັ້ງປະຕິບັດວຽກງານຕ່າງໆໄປຕາມແນວທາງຍະໂຍບາຍຂອງພັກກໍຄືແນວທາງ ແລະ ຍຸດທະສາດໃນການປະຕິຮູບ ຂອງກະຊວງສາທາລະນະສຸກໂດຍເນັ້ນໃສ່ ວິໃສທັດ ແລະ ພັນທະກິດຂອງມະຫາວິທະຍາໄລວາງອອກແນໃສ່ ຮັບປະກັນການກໍ່ສ້າງບຸກຄະລາກອນສາທາລະນະສຸກໃຫ້ມີຄວາມຮູ້ ຄວາມສາມາດ, ຄວາມຊໍານິຊໍານານງານ ແລະ ມີຈັນຍາທໍາຄຸນສົມບັດສິນທໍາປະຕິວັດເຊິ່ງສາມາດໃຫ້ບໍລິການແກ່ ສັງຄົມ, ເຮັດການຄົ້ນຄວ້າວິທະຍາສາດ ແລະ ສົ່ງ ເສີມວັດທະນະທໍາຂອງລາວເຮົາ, ນອກຈາກການຈັດຕັ້ງການສອນຕາມຫລັກສູດແລ້ວຍັງໄດ້ເອົາໃຈໃສ່ ຈັດຕັ້ງ ກິດຈະກໍານອກຫລັກສູດອີກເປັນຕົ້ນແມ່ນວິຊາສຶກສາກິລາປ້ອງກັນຊາດ, ສິນລະປະວັນນະຄະດີ ແລະ ການອອກ ແຮງງານອີກ ພ້ອມນີ້ ມວສ ຍັງໄດ້ຮ່ວມມືກັບຫຼາຍການຈັດຕັ້ງສາກົນໃນຫຼາຍປະເທດເພື່ອຍົກລະດັບອາຈານແລະ ຈັດຕັ້ງການຮຽນການສອນ.